ກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີ ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 29 ພຶດສະ
ພາ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງທ່ານ ດວງສະໝອນ ບົວມະນີຈັນ ປະທານສະມາຄົມ ນັກທຸລະກິດແຂວງໄຊຍະບູລີ, ເປັນກຽດເຂົ້າຮ່ວມຂອງທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ໜູໄຊ ນໍກີຢາ ກໍາມະການພັກແຂວງ ຄະນະບໍລິຫານງານສູນກາງຊາວໜຸ່ມລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງໄຊຍະບູລີ, ມີບັນດາເຈົ້າເມືອງ, ຮອງເຈົ້າເມືອງ 11 ເມືອງ, ຫົວໜ້າ,ຮອງຫົວໜ້າພະແນກການ, ອົງການ, ກົມກອງ, ປະທານ, ຮອງປະທານສະມາຄົມນັກທຸລະກິດເມືອງ 11 ເມືອງ ພ້ອມດ້ວຍພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມທ່ານ ດວງສະໝອນ ບົວມະນີຈັນ ປະທານສະມາຄົມ ນັກທຸລະກິດແຂວງໄຊຍະບູລີ ໄດ້ກ່າວເປີດກອງປະຊຸມ ພ້ອມທັງສະຫຼຸບການເຄື່ອນໄຫວ ໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ. ໃນໄລຍະ 5 ປີຜ່ານມາ ສະມາຄົມນັກທຸລະກິດໜຸ່ມແຂວງ ພາຍໃຕ້ການນໍາພາຂອງ ຄະນະບໍລິຫານງານ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງ ໄດ້ມີຄວາມເປັນເຈົ້າການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍຂອງສະມາຄົມນັກທຸລະກິດໜຸ່ມແຂວງ ຄັ້ງທີ III ດ້ວຍຄວາມຮັບຜິດຊອບ ແລະ ເປັນເຈົ້າການ, ສາມາດຍາດໄດ້ຜົນສໍາເລັດຫຼາຍປະການທັງເປັນການປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດຂອງແຂວງໃຫ້ເຕີບໃຫ່ຍຂະຫຍາຍຕົວ ຕາມທິດ ແລະ ຈຸດໝາຍຂອງແຂວງວາງອອກ. ໃນໄລຍະ 5 ປີຜ່ານມາ ເພື່ອປຸກລະດົມ ຂົນຂວາຍສະມາຊິກເຂົ້າໃນການຈັດຕັ້ງຜັນຂະຫຍາຍ, ມະຕິກອງປະຊຸມໃຫຍ່ໃຫ້ປະກົດຜົນເປັນຈິງ. ໄດ້ສຸມໃສ່ວຽກງານແນວຄິດການເມືອງ, ວຽກການຈັດຕັ້ງ, ການຂະຫຍາຍສາຂາ ແລະ ສະມາຊິກໃໝ່ໃນຂອບເຂດທົ່ວແຂວງ, ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານທີ່ໄດ້ກຳນົດໄວ້, ຕັ້ງໜ້າປະຕິບັດແນວທາງການພົວພັນຕ່າງ
ປະເທດຢ່າງມີປະສິດທິຜົນ. ມີຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມ ທັງໝົດ 29 ທ່ານ ຍິງ 2 ທ່ານ.
ຈາກນັ້ນ ຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມຂຶ້ນຜ່ານບົດສໍາຫຼວດການນໍາພາລວມພ້ອມທັງກ່າວລາໜ້າທີ່, ປະທານໄດ້ຜ່ານມາດຖານເງື່ອນໄຂຜູ້ອອກສະໜັກເລືອກຕັ້ງເປັນຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີ. ປະທານນໍາພາຍົກບັດປະຊາມະຕິຮັບຮອງເອົາຄະນະບໍລິຫານງານສະມາຄົມນັກທຸກກິດໜຸ່ມແຂວງໄຊຍະບູລີ ຊຸດທີ IV ໄດ້ກໍານົດເອົາ 31 ທ່ານ ຍິງ 3 ທ່ານ, ເລືອກເອົາປະທານ, ຮອງປະທານສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີ ຈໍານວນ 6 ທ່ານ.ຄື: ທ່ານ ສີວິໄລ ຜົນທະຈັກ ເປັນປະທານສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີ, ທ່ານ ບຸນມີ ອຸທຸມພອນ ເປັນຮອງປະທານສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີ, ທ່ານ ສຸລິເດດ ວັງນະລາດ ເປັນຮອງປະທານ, ເລືອກເອົາຄະນະກວດກາຈໍານວນ 3 ທ່ານ ຄື: ທ່ານ ສົມພອນ ຈັນທະລີເດດ ເປັນປະທານກວດກາ, ທ່ານ ສຸດສະດາ ວິໄລພັນ ເປັນຮອງປະທານກວດກາ, ທ່ານ ແຫຼ້ ສີປະເສີດ ເປັນກໍາມະການກວດກາ. ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຄະນະບໍລິຫານງານຊາວໜຸ່ມແຂວງ ສະໄໝທີ VIII ຜູ້ແທນສົມບູນຈໍານວນ 7 ທ່ານ , ສໍາຮອງ 3 ທ່ານ. ພ້ອມນີ້ ຍັງໄດ້ມອບໃບຍ້ອງຍໍຜູ້ທີ່ມີຜົນງານການເຄື່ອນໄຫວໄລຍະຜ່ານມາຕື່ມອີກ.
